ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ

     ວັນທີ 9 ກຸມພາ 2024 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ຮອບດ້ານ ປະຈຳປີ 2023 ແລະ ວາງ
ທິດທາງແຜນການ ປະຈຳປີ 2024, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສຈ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດ
ຖະມົນຕີກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ພ້ອມດ້ວຍ
ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ສົມພົງ ແພງປັນຍາ ຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ປະ
ຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ໃນໄລຍະ 1 ປີ ຜ່ານມາ ໄດ້ເອົາໃຈໃສ່ຊີ້ນຳຢ່າງເປັນເຈົ້າການໃນການສຶກສາອົບຮົມ
ການເມືອງ-ນຳພາ ແນວຄິດໃຫ້ພະນັກງານ-ນັກຮົບ, ຊຸກຍູ້ການຈັດຕັ້ງອົບຮົມການເມືອງ-ແນວຄິດທົ່ວກອງທັບ ແລະ ເກັບ ກຳປະເມີນຜົນ
ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໃນທົ່ວກອງທັບ; ຈັດຕັ້ງປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ແລະ ວັນສຳຄັນຕ່າງໆ, ເປີດການວາງສະແດງຫໍພິພິທະພັນປະຫວັດສາດກອງທັບ ເພື່ອໃຫ້ມວນຊົນເຂົ້າຊົມ ໃນໂອກາດວັນສ້າງຕັ້ງກອງທັບ
ປະຊາຊົນ ລາວ ຄົບຮອບ 75 ປີ, ຈັດຕັ້ງເຝິກອົບຮົມວຽກງານໂຄສະນາ-ປາຖະກະຖາ ທົ່ວກອງທັບ 2 ຊຸດ; ຊີ້ນຳວຽກງານວັດທະນະທຳ
ແລະ ສື່ມວນຊົນໃນກອງທັບ ເຄື່ອນໄຫວຕາມພາລະບົດບາດໃນການໂຄສະນາການເຄື່ອນໄຫວຕ່າງໆໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນ
ລາວ ຄົບຮອບ 75 ປີ ໃຫ້ເຕັມໄປດ້ວຍເນື້ອໃນຄວາມໝາຍອັນເລີກເຊິ່ງ, ມີບັນຍາກາດອັນຟົດຟື້ນມ່ວນຊື່ນ, ຈັດຕັ້ງເຝິກອົບຮົມວຽກງານ
ກວດສອບເລຂາ-ຮອງເລຂາຮາກຖານພັກໄດ້ 3 ຄະນະ, ປັບປຸງບູລະນະການຈັດຕັ້ງພັກແຕ່ລະຂັ້ນ ຈຳນວນ 7 ຄະນະພັກ ແລະ ຄາດກະ
ປີ 2024 ຈະຍົກຄະນະພັກຮາກຖານ ກົມວິທະຍາສາດ-ປະຫວັດສາດ ການທະຫານ ຂຶ້ນເປັນຄະນະພັກ; ມອບ-ໂອນ ວຽກງານຈັດຕັ້ງ-ກໍ່
ສ້າງພັກ ຂອງບໍລິສັດເບດໂທລະຄົມ ຈຳກັດ ໄປຂຶ້ນກັບຫ້ອງການເມືອງຫ້ອງວ່າການກະຊວງປ້ອງກັນປະເທດ, ຈັດຕັ້ງດຳເນີນກອງ ປະຊຸມ
ຄົບຄະນະກາງສະໄໝ ຂອງບັນດາຄະນະພັກ ແລະ ຂອງອົງຄະນະພັກກະຊວງປ້ອງກັນປະເທດ ສະໄໝທີ V ແລະ ລົງເຜີຍແຜ່ຜົນສຳເລັດ
ຂອງກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກປະຊາຊົນປະຕິວັດລາວ ສະໄໝທີ XI ທົ່ວກອງທັບ; ເຜີຍແຜ່ນິຕິກຳວ່າ
ດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃນທົ່ວກອງທັບສຳເລັດ, ປະເມີນຜົນການສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກ
ແໜ້ນ ທົ່ວກຳລັງຫຼວງ ປະຈຳປີ 2023 ໄດ້ 36 ຄະນະພັກ ແລະ 1.310 ໜ່ວຍພັກ; ຄົ້ນຄວ້າອະນຸມັດແຕ່ງຕັ້ງ-ຍົກຍ້າຍພະນັກງານ ໄປຮັບ
ໜ້າທີ່ໃໝ່ 5.230 ສະຫາຍ, ປະກາດເລື່ອນຊັ້ນນາຍທະຫານຂັ້ນສູງ ຊັ້ນພົນຈັດຕະວາ ຂຶ້ນ ພົນຕີ ຈຳນວນ 2 ສະຫາຍ, ຊັ້ນພັນເອກ ຂຶ້ນ
ພົນຈັດຕະວາ 32 ສະຫາຍ, ຊັ້ນພັນໂທ ຂຶ້ນ ພັນເອກ 111 ສະຫາຍ, ຊັ້ນພັນຕີ ຂຶ້ນ ພັນໂທ 1.693 ສະຫາຍ, ເລື່ອນຊັ້ນ ແຕ່ ຊັ້ນຮ້ອຍຕີ ຫາ
ພັນຕີ 12.371 ສະຫາຍ, ເລື່ອນຊັ້ນ-ປະດັບທຽບຊັ້ນນັກຮຽນຈົບຈາກສາຍລັດ, ບັນດາວິທະຍາຄານ, ໂຮງຮຽນ ທັງພາຍໃນ ແລະ ຕ່າງປະ
ເທດ 1.202 ສະຫາຍ, ຍົກຂັ້ນເງິນເດືອນ ແຕ່ຊັ້ນຮ້ອຍໂທ ຫາ ພັນເອກ 601 ສະຫາຍ; ໄປຮຽນກໍ່ສ້າງ-ບຳລຸງຢູ່ພາຍໃນ ແລະ ຕ່າງປະເທດ
4.878 ສະຫາຍ; ກວດກາບັນຊີຄິດໄລ່ເງິນນະໂຍບາຍອຸດໜູນອອກທະຫານ-ເສຍຊີວິດ ລວມ 1.106 ສະຫາຍ, ພັກການຮັບອຸດໜູນ 894
ສະຫາຍ, ອອກອຸດໜູນຮັບເງິນເທື່ອດຽວ 597 ສະຫາຍ ແລະ ປະຕິບັດວິໄນທາງບໍລິຫານ ຕໍ່ນາຍທະຫານຜູ້ກະທຳຜິດ 78 ຄົນ, ຄະນະ
ພັກ-ຄະນະບັນຊາ ແຕ່ລະຂັ້ນໄດ້ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ຄຽງຄູ່ກັບວຽກງານວິຊາສະເພາະ ໃຫ້ພະ
ນັກງານ-ສະມາຊິກພັກ, ນັກຮົບໃນຂອບເຂດຄວາມຮັບຜິດຊອບຂອງຕົນດ້ວຍຜົນສຳເລັດສູງ, ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ
ທີ່ເກີດຂຶ້ນດ້ວຍຮູບການທີ່ເໝາະສົມ ແລະ ທັນການ; ສ້າງໄດ້ຂະບວນການດ້ານຕ່າງໆ, ດ້ວຍບັນຍາກາດເບີກບານມ່ວນຊື່ນເຮັດໃຫ້ພະນັກງານ
ສະມາຊິກພັກ, ນັກຮົບມີຄວາມບຸກບືນຫ້າວຫັນຕໍ່ໜ້າທີ່ວິຊາສະເພາະ ກໍຄື ໜ້າທີ່ການເມືອງຂອງຕົນ. ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊ
ຍະເພັນ ຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະ ຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບ
ຮອງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023, ໄດ້ຮອງເອົາບັນດາໜ່ວຍພັກທີ່ຂຶ້ນກັບ ຄະນະພັກກົມໃຫຍ່ການເມືອງ ກອງ
ທັບ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 33 ໜ່ວຍພັກ.

     ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະ ນະບັນຊາ ຕະຫຼອດຮອດພະນັກງານສະມາ
ຊິກພັກທົ່ວອົງການກົມໃຫຍ່ການເມືອງ ທີ່ໄດ້ຍົກສູງຄວາມ ຮັບຜິດຊອບໜ້າທີ່ການເມືອງ ພ້ອມກັນນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດແຜນ
ການວຽກງານ ປະຈຳປີ 2023 ສຳເລັດຜົນເປັນຢ່າງດີ. ພ້ອມທັງ, ຍັງໄດ້ຮຽກຮ້ອງໃຫ້ມີສະຕິລະວັງຕົວສູງ, ເອົາໃຈໃສ່ຕໍ່ ການປັບປຸງພາຍໃນ,
ປັບປຸງກໍ່ສ້າງກຳລັງປະກອບອາວຸດໃຫ້ໜັກແໜ້ນ ເຂັ້ມແຂງ ແລະ ທັນສະໄໝ ຂຶ້ນເລື້ອຍໆ ໂດຍສຸມໃສ່ເຮັດໃຫ້ກອງທັບມີຄວາມໜັກແໜ້ນ
ທາງດ້ານການເມືອງ, ເຂັ້ມແຂງທາງ ດ້ານການຈັດຕັ້ງ ເພື່ອເຮັດສຳເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ສຸເວດ ສີດາຄຳ
ວັນທີ 12/02/2024